ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານ-ຫຼັກແຫຼ່ງທະຫານແຂວງຄໍາມ່ວນ


ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

    ວັນທີ 25 ສິງຫາ 2023 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ເສນາທິການກອງທັບ ໄດ້ພົບປະໂອ້ລົມພະນັກງານ-ຫຼັກແຫຼ່ງຢູ່ ກອງບັນຊາການທະຫານແຂວງຄໍາມ່ວນ, ໃນໂອກາດປະກາດແຕ່ງຕັ້ງຫົວ
ໜ້າພະແນກ, ຮອງພະແນກຊ່າງແສງຂຶ້ນກັບ ກອງບັນຊາການທະຫານແຂວງຄໍາມ່ວນ, ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ສົມແຄນ ອັບ
ປະສອນ ກໍາມະການຄະນະປະຈໍາພັກແຂວງ, ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄໍມ່ວນ, ພ້ອມດ້ວຍຄະນະພັກ-ຄະ
ນະບັນຊາ ກອງບັນຊາການທະຫານແຂວງ, ພະນັກງານ-ພະແນກການ, ກອງບັນຊາການທະຫານເມຶອງ, ກອງພັນ, ກອງຮ້ອຍ, ໂຮງຮຽນ, ໂຮງໝໍ ເຂົ້າ
ຮ່ວມຮັບຟັງ.

     ໃນພິທີ ສະຫາຍ ພັນໂທ ໜູຄໍາ ນຽມຜາຈັນ ຄະນະພັກຮາກຖານຫ້ອງການເມືອງ, ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງ
ຄໍາມ່ວນ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ, ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ, ຮອງພະແນກຊ່າງແສງ, ຂຶ້ນກັບກອງບັນຊາ
ການທະຫານແຂວງຄໍາມ່ວນ, ຄື: ແຕ່ງຕັ້ງ ສະຫາຍ ພັນໂທ ທອງສະຫັວດ ວໍລະວົງ ເປັນຫົວໜ້າພະແນກ, ສະຫາຍ ຮ້ອຍເອກ ຫວາດສະໜາ ຜ່ອງ
ທະວີໄຊ ເປັນຮອງພະແນກຊ່າງແສງ; ຈາກນັ້ນ, ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະ
ຫານແຂວງຄໍາມ່ວນ, ໄດ້ຂຶ້ນລາຍງານສະພາບຈຸດພິເສດຂອງກອງບັນຊາການທະຫານແຂວງ, ໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ເຮັດໃຫ້
ສະພາບມີຄວາມສະຫງົບໃນໄລຍະຜ່ານມາ, ເຊິ່ງຍາມໃດຄະນະພັກ-ຄະນະບັນຊາ ກໍຖືວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກສອດ
ຫ້ອຍເຂົ້າໃນທຸກຂົງເຂດວຽກງານລວມຂອງກົມກອງ, ໂດຍສະເພາະແມ່ນວຽກງານການເມືອງ-ແນວຄິດ, ວຽກງານການທະຫານ, ວຽກງານປ້ອງກັນ
ການກຽມພ້ອມສູ້ຮົບ, ການປ້ອງກັນໄພພິບັດ, ວຽກງານການອົບຮົມ-ຫັດແອບ, ວຽກງານກຳລັງພົນ, ວຽກງານພະລາທິການ-ເຕັກນິກ, ພ້ອມນັ້ນຍັງໄດ້
ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນເຮັດໃຫ້
ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ.

     ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍເສນາ
ທິການກອງທັບ, ກໍ່ໄດ້ເປັນກຽດຂຶ້ນໂອ້ລົມ, ເຊິ່ງກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດຫຼາຍດ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ,
ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາເອົາໃຈໃສ່ສືບຕໍ່ເຄື່ອນໄຫວສຶກສາອົບຮົມການເມຶອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ, ກໍາແໜ້ນ
ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດຂໍ້ກໍານົດ, ກົດລະບຽບຂອງກອງທັບ, ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ເພື່ອເຮັດໃຫ້ພະນັກງານ-ນັກຮົບ
ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ
ຕາມ 4 ເນື້ອໃນ 4 ຄາດໝາຍ, ປັບປຸງກໍ່ສ້າງກົມກອງ, ກໍ່ສ້າງກຳລັງໃຫ້ເຂັ້ມແຂງ, ເອົາໃຈໃສ່ຊີ້ນຳວຽກງານອົບຮົມ-ຫັດແອບເພີ່ມທະວີຄວາມຮັບຜິດຊອບ
ຕໍ່ໜ້າທີ່ການເມືອງຂອງຕົນ, ເຮັດວຽກເປັນໝູ່ຄະນະ, ມີຄວາມສາມັກຄີພາຍໃນເປັນປຶກແຜ່ນປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ
ກະຊວງປ້ອງກັນປະເທດວາງອອກ, ເອົາໃຈໃສ່ປົກປັກຮັກສາທ້ອງຖິ່ນ ຂອງຕົນໃຫ້ມີຄວາມສະຫງົບ, ໄປຄຽງຄູ່ກັນນັ້ນກໍຕ້ອງປະຕິບັດນໍ້າໃຈເພິ່ງຕົນເອງ,
ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕາມທ່າແຮງທີ່ບົ່ມຊ້ອນຂອງກົມກອງ, ເພື່ອປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ ແລະ ສ້າງ
ກອງທັບເຮົາໃຫ້ເປັນກອງທັບປະຕິວັດ ມີແບບແຜນ ແລະ ທັນສະໄໝ.

ແຫຼ່ງທີ່ມາ ວິໄລວອນ ພົມມະວົງສາ
ວັນທີ 28/08/2023